Laozaa ລາວຊ່າ ຊຸມຊົນຄົນໄອທີ ໂດຍຄົນລາວເພື່ອຄົນລາວ
ສະບາຍດີ ພໍ່ແມ່ພີ່ນ້ອງລາວຊ່າທຸກໆ ທ່ານ

Oຫາກທ່ານຍັງບໍ່ໄດ້ເປັນສະມາຊິກະລຸນາ ສະຫມັກສະມາຊິກ ໄດ້ທີ່ນີ້ Oຫາກທ່ານເປັນສະມາຊິກເກົ່າກະລຸນາ ອ່ານທີ່ນີ້ O ກະລຸນາອ່ານກົດກະຕິກາມາລະຍາດ ກ່ອນທີ່ນີ້
O ກະລຸນາອ່ານລາຍລະອຽດກ່ຽວກັບເວັບບອດລາວຊ່າທີ່ນີ້ O ທ່ານສາມາດຕິດຕາມຂ່າວສານຈາກລາວຊ້າຜ່ານທາງ Twitter

ປະກາດຮັບສະໝັກທີມແປ Firefox ພາສາລາວລຸຸ້ນທຳອິດ

Post Last Edit by au8ust at 2009-3-25 06:52

Post Last Edit by au8ust at 2009-3-24 13:37

ຕອນນີ້ໂຄງການແປ Firefox ໄດ້ຄືບໜ້າໄປຫຼາຍແລ້ວ ຫຼ້າສຸດແມ່ນສາມາດ compile ເປັນ .xpi ທີ່ໃຊ້ໄດ້ກັບທຸກ OS ໄດ້ແລ້ວ ບໍ່ວ່າທ່ານຈະໃຊ້ Firefox ໃນ Windows ໃນ Mac OS X ຫຼືໃນ Linux ເຊັ່ນ Ubuntu, Fedora, etc.. ທ່ານກໍ່ສາມາດນຳໃຊ້ Firefox ພາສາລາວໄດ້ຢ່າງງ່າຍດາຍພຽວລົງ addon ພາສາລາວເພີ່ມເທົ່ານັ້ນ!!



ຮູບດ້ານເທິງ (ສະກົດ ເຄື່ອງ ຜິດ .. ຂໍອະໄພ ຟ້າວໂພດ) ເປັນການທົດສອບແບບໜ້າ About ຂອງ Firefox ເຊິ່ງຫຼັງຈາກແປແລ້ວ ໆ ກໍ່ຈັດການ compile ແລະທົດສອບ ປະກົດວ່າໃຊ້ໄດ້ບໍ່ມີຜິດພາດ (ອັນທີ່ຈິງມີ) ເຊິ່ງກໍ່ສາມາດສະຫຼຸບໄດ້ວ່າ ບັນຫາດ້ານເທັກນິກໃນການແປນັ້ນ ຖືກຈັດການຮຽບຮ້ອຍແລ້ວ

ແລ້ວເຫຼືອບັນຫາຫຍັງ?

ບັນຫາຕອນນີ້ກໍ່ຄື Firefox ເປັນໂປຣແກຣມຂະໜາດໃຫຍ່ພໍສົມຄວນ ຈຶ່ງເຮັດໃຫ້ string ພາສາໃນໂປຣແກຣມມີຫຼາຍ (ປະມານ 200 ກວ່າໄຟລ໌) ຖ້າຈະແປຄົນດຽວກໍ່ຄົງຈະບໍ່ສາມາດແປໃຫ້ແລ້ວໄດ້ ດັ່ງນັ້ນຈຶ່ງສົມຄວນໃຫ້ທຸກ ໆ ທ່ານທີ່ມີຄວາມສົນໃຈ ແລະຢາກຊ່ວຍແປ ຫຼືທົດສອບ Firefox ພາສາລາວ ໄດ້ເຂົ້າມາລົງຊື່ກັນໃນກະທູ້ນີ້ ເພື່ອຊ່ວຍກັນເຮັດໃຫ້ໂຄງການນີ້ແລ້ວສຳເລັດໄປໄດ້ດ້ວຍດີ ສົມດັ່ງພາສິດທີ່ມາແຕ່ເກົ່າກ່ອນວ່າ “ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ” (ຖືກບໍ່ຫັ້ນ -*-)

ຂໍຄວາມກະລຸນາອ່ານຕໍ່ໄປໃຫ້ຈົບ...

ທັກສະສຳລັບຜູ່ທີ່ຕ້ອງການຊ່ວຍແປ:
1. ມີຄວາມຊຳນານໃນພາສາອັງກິດ ແລະພາສາລາວ
2. ສາມາດນຳໃຊ້ຄອມພິວເຕີໄດ້ໃນລະດັບປານກາງຂຶ້ນໄປ
3. ມີຄວາມອົດທົນ ແລະດຸໝັ່ນ
4. ມີຄວາມສົນໃຈໃນການແປ (ໂດຍບໍ່ຫວັງຜົນກຳໄລ ເພາະມັນບໍ່ມີກຳໄລໃຫ້ຫວັງ)

ຖ້າທ່ານມີທັກສະຄົບ 4 ຂໍ້ດ້ານເທິງນີ້ ຂໍເຊີນເຂົ້າຮ່ວມໂຄງການດ່ວນ ໂດຍການລົງຊື່ໃນກະທູ້ນີ້ ພ້ອມລະບຸວ່າ ຂໍເຂົ້າຮ່ວມໂຄງການແປ Firefox ເພື່ອໃນຕຳແໜ່ງ “ນັກແປ”...


ທັກສະສຳລັບຜູ່ທີ່ຕ້ອງການຊ່ວຍກວດສອບການແປ:
1. ມີທັກສະໃນພາສາລາວພໍສົມຄວນ ໃຫ້ຮູ້ວ່າຄຳໃດຂຽນຖືກຫຼືຜິດ
2. ມີເວລາຫວ່າງ
3. ມີຄວາມສົນໃຈໃນໂຄງການ

ຖ້າທ່ານມີທັກສະທັງ 3 ຂໍ້ດ້ານເທິງນີ້ ຂໍເຊີນເຂົ້າຮ່ວມໂຄງການນີ້ ໂດຍການລົງຊື່ໃນກະທູ້ ພ້ອມລະບຸວ່າ ຂໍເຂົ້າຮ່ວມໂຄງການແປ Firefox ພາສາລາວໃນຕຳແໜ່ງ “ຜູ່ຊ່ວຍກວດສອບການແປ”


ຂໍຂອບໃຈ,
ນິນນີ່ ດິ ອໍກັສທ໌

ເອີ້ ແຕ່ວ່າບໍ່ມີຕຳແຫນ່ງ ນັດພັດທະນາແດ່ຫວາ

ຊັ້ນເອົາ ນັກແປ ກໍ່ໄດ້

#!/bin/sh

TOP

ເອີ .. ທິບ ໄປພັດທະນາ wordbreak ກໍ່ໄດ້ ຍັງວ່າງຢູ່ຕຳແໜ່ງນັ້ນ -_-

TOP

ມີຫຍັງກໍ່ບອກມາຈະເຮັດ

#!/bin/sh
Punlao

TOP

ເຮັດນຳ ມີຫຍັງໃຫ້ເຮັດກໍຈະເຮັດ ແຕ່ກະຂໍເບິ່ງເວລານຳອີກຕື່ມ ວ່າຊິເຕັມທີ່ນຳໄດ້ບໍ່

TOP

Dear Friends,
I hope to join as proofreader. If you have any proofreading works post here

TOP

ຄັກດີເຮັດເປັນແບບ Add-on ໃສ່ກັບລະບົບປະຕິບັດການໃດກໍ່ໄດ້
ຂໍເຂົ້າຮ່ວມໂຄງການແປ Firefox ເພື່ອໃນຕຳແໜ່ງ “ນັກແປ”

TOP

ມີຫຍັງກໍ່ບອກມາຈະເຮັດ
devsmudger Post at 2009-3-24 13:52


ແມ່ນລະ ທິບ ແກ້ ຕັດຄຳ ແລະ ປົກ ປຍກ ນະໃຫ້ໄດ້

ຂ້າພະເຈົ້າຂໍເປັນສ່ວນຫນື່ງໃນໂຄການນີ້ນຳ

ຂໍເຂົ້າຮ່ວມໂຄງການແປ Firefox ເພື່ອໃນຕຳແໜ່ງ “*”
Lao Web Hosting
ຈົດໂດເມນ, ພື້ນທີ່ເວັບໄຊ້, ຝາກເວັບໄຊ້
ອອກແບບເວັບໄຊ້ ແລະ ໃຫ້ຄຳປິກສາກ່ຽວກັບເວັບໄຊ້
020 2555323
www.laowebhosting.com

TOP

ຢາກເຂົ້າຮ່ວມໂຄງການແປ Firefox ນີ້ ເຮັດແນວໃດຢ້ານມີເວລາໃຫ້ບໍ່ຫຼາຍປານໃດ
ແຕ່ກະຢາກສ່ວນຮ່ວມນຳ ຕຳແໜ່ງແປຍັງວ່າງບໍ່

TOP

ທ່ານ ມິດສະໄໝ ຂໍເຂົ້າຮ່ວມໂຄງການແປ Firefox ເພື່ອໃນຕຳແໜ່ງ “ນັກແປ”

TOP

ເຮົາຂໍ ນັກແປ ເດີ່ ແລະ ເຮົາເຫັນວ່າ ໄທ ກໍ່ມີ ໝາໄຟໄທຄືກັນ ເຮົາໜ້າຈະເອົາຈຸດນີ້ມາລອງປຽບທຽບກັບພາສາຂອງເຮົາລອງເບີ່ງມານກໍ່ອາດຈະບໍ່ເປັນເລື່ອງຢາກພໍເທົ່າໃດ ທຸກທ່ານວ່າບໍ ຫຼື ວ່າແນວໃດ

TOP

Post Last Edit by ezboy at 2009-3-24 16:17

ເຮົາຂໍແປນຳ, “ນັກແປ“ ແລະ ອີກອັນໜຶ່ງ
ຄຳວ່າ “ເວີຊັນ“ ຫັ້ນນະ ເຮົາວ່າບໍ່ຖຶກໄດ໋, ຕາມທີໄດ້ລົມກັບຄົນຕ່າງປະເທດເລີຍໆ ຄືວ່າອອກເປັນ “ເວີນເຊີນ“ ແຕ່ມັນກະເວົ້າຍາກໆຢູ່ອັນສິເຮັດໃຫ້ຂຽນເປັນລາວນີ້, ສ່ວນຫລາຍມັກໄດ້ຍິນສຳນຽງຂອງໄທ ທີ່ມັກອອກສຽງເປັນ “ຊັນ“ ເຊັ່ນ: ຮິດສະເຕຊັນ.... ເປັນຕັ້ນ

TOP

ດີໃຈທີ່ເຫັນຫຼາຍທ່ານສົນໃຈ ຊາບຊຶ້ງຫຼາຍ ຊາບຊຶ້ງຫຼາຍ Y_Y

TOP

Post Last Edit by jockker at 2009-3-27 17:34

ຂໍເຂົ້ານຳເດີທ່ານ ມີຫຍັງເມວບອກເດີ ໃຫ້ເຮົາເຮັດຫຍັງກະໄດ້ jockker59@hotmail.com
ຂໍສະໝັກໃນຕຳແໜ່ງ ຜູ້ຊ່ວຍແປເດີທ່ານ

   http://jockker.posterous.com/
   ບຼອກຂອງຂ້າພະເຈົ້າເອງ

TOP

ເຮົາເອງ ກໍຍັງຮ່ວມມື ເຂົ້າໂຄງການແປຢູ່ ແຕ່ເຮົາບໍ່ມີເວລາ ເນື່ອງຈາກເຮົາກຳລັງຮຽນຢູ່
ອາຍຸກະບໍ່ຍັງເຖິງ15 = =

TOP

have alot of geek

#!/bin/sh

TOP

ມາລໍຄິວສະໝັກນຳ ຈະຂໍແປກໍໄດ້
ຈະແປຕາມທີ່ເວລາອຳນວຍ =)

TOP

ohhh !!!!
PaKsE_CKuB

TOP

Vilasak ຂໍເຂົ້າຮ່ວມໂຄງການແປ Firefox ເພື່ອໃນຕຳແໜ່ງ “ນັກແປ”




(ໂຄງການແປ Open Office ຄືເຫັນມິດໄປເລີຍ?)
2.0GHz Intel Core 2 Duo
2GB DDR3 SDRAM
160GB Serial ATA
NVIDIA GeForce 9400M 256MB

TOP

ຂໍສະຫມັກເປັນຜູ້ຊ່ວຍກວດສອບການແປເດີ

ຊ່ວຍເຫລືອຄົນລະໄມ້ຄົນລະມື

TOP

ຂໍເຂົ້າຮ່ວມໂຄງການແປ Firefox ເພື່ອໃນຕຳແໜ່ງ

ຢາກຊ່ວຍ

TOP

ກະຍັງມີບ່ອນຫວ່າງໃຫ້ຄົນມີຄວາມຮູ້ໜ້ອຍຢູ່ຫວາ
ຂໍເຂົ້າຮ່ວມໂຄງການແປ Firefox ພາສາລາວໃນຕຳແໜ່ງ “ຜູ່ຊ່ວຍກວດສອບການແປ”
ຢ້ານແປບໍ່ຖືກ ເອົາຕຳແໜ່ງນີ້ຊະຄັນຍັງຫວ່າງໃດ

TOP

ດຽວນີ້ແປແລ້ວລະຫວາ ?? ຖ້າຍັງກະຢາກຂໍມີສ່ວນຮ່ວມນຳ ຕອນນີ້ Firefox Ver. 3.5beta4 ມີອອກມາໃຫ້ທົດລອງໃຊ້ແລ້ວເດີ ຂພຈ ກະໃຊ້ຢູ່ຕອນນີ້ ໄວກ່ວາເກົ່າຫຼາຍ ຂະໜາດວ່າໃຊ້ເນັດແບບ Dial Up ໃດ່ນິ ຖ້າ Broadband ຊິໄວຊຳໃດເດ ??!

TOP

ສະໝັກໄດ້ຢູ່ບ່ອນໃດ? ຂັ້ນຕອນມັນມີແນວໃດ? ນອກຈາກ 4 ມາດຖານນັ້ນແລ້ວຕ້ອງມີຫຍັງເພີ່ມເຕີມ? ໃນໂປຮແກຣມໜຶ່ງໆມີຫລາກຫລາຍ ຫົວຂໍ້ແລະມີຈຸດປະສົງທີ່ແຕກຕ່າງກັນ. ເລື່ອງຄວາມຊຳນານ ຫຼື ຄວາມຮອບຮູ້ກ່ຽວກັບພາສາລາວເດ໋ ມີສ່ວນນຳບໍ່? ແມ່ນຢູ່ວ່າເປັນຄົນລາວ ແຕ່ບໍ່ຮູ້ໝົດທຸກໂຕດອກ. ກະດີຫັ້ນແລ້ວ ຄັນມີຫລາຍຄົນມາຊ່ອຍກັນ.
ເຫັນດີ ຄື ວິລະສັກ ວ່າຫັ້ນລະ Open Office ນັ້ນຄືມາມິດໄປແລ້ວ!

TOP

ຊິຂໍຊ່ວຍກວດສອບຖ້າມີເວລາ
---------

TOP

ອືມ ຮູ້ສຶກວ່າ ບໍ່ຄືບໜ້າເລີຍ ອັນທີ່ຈິງມັນມີສາເຫດ ດຽວໄປປຶກສານຳໂອ້ດກ່ອນ

TOP

ຮັບຫຍັງນຶ

TOP