|
  
- UID
- 30
- Posts
- 6038
- ຄວາມເທບ
- 12105
- ເງິນ
- 1550205
- Gender
- Male
- Online
- 1910 Hours

|
ກະລູນາອ່ານກ່ອນ Zaa! (ກົດໃນການໃຊ້ webboard)
ອ່ານກ່ອນທີ່ຈະ Zaa!
ສະບາຍດີ ທ່ານຊາຍສຸດລໍ່ ແລະ ທ່ານຍິງສຸດງາມ
ຂໍຕ້ອນຮັບສູ່ Laozaa.com ເດີ້ ^^
ກະລຸນາອ່ານກົດໃນການນຳໃຊ້ webboard ຂອງເຮົານີ້ກ່ອນທີ່ຈະໂພສເດີ້:
ກົດລະບຽບທີ່ຕ້ອງປະຕິບັດ
1./ ຫ້າມໂພສ໌ ສິ່ງທີ່ມີເນື້ອໃນ ຫລົບລູ່, ດູຖູກ, ມິ່ນປະມາດ, ສິ່ງທີ່ຜິດກົດໝາຍ, ສິ່ງລາມົກອານາຈານໃດໆ ຫຼື ສິ່ງສົ່ງຜົນສະທ້ອນໃນທາງລົບຕໍ່ບຸກຄົນ, ຊາດບ້ານເມືອງ, ພັກ-ລັດ ແລະ ວັດທະນະທຳອັນດີງາມຂອງປະເທດລາວໂດຍເດັດຂາດ.
2./ ການເວົ້າຈາໂອ້ລົມສົນທະນາ ກໍ່ຂໍໃຫ້ຢູ່ໃນຂອບເຂດທີ່ເໝາະສົມ ເຊັ່ນ:
ຫລີກເວັ້ນການໃຊ້ຄຳເວົ້າທີ່ຫຍາບຄາຍ, ບໍ່ສຸພາບ ຫລື ມິ່ນປະຫມາດຄົນອື່ນໂດຍບໍ່ມີຫລັກຖານ (ເອົາເກັບໄວ້ລົມກັນສ່ວນຕົວກໍ່ໄດ້ ເຮົາມີລະບົບຂໍ້ຄວາມສ່ວນຕົວ PM).
3./ ບໍ່ຄວນພະຍາຍາມທີ່ຈະ ປ້ຳ, ປັ່ນ, ຂຸດກະທູ້, ໂພສຊ້ອນໆກັນ (Double Post), ໂພສຫລິ້ນໆບໍ່ມີຄວາມໝາຍ, ໃສ່ພຽງ emoticon ຫລືວ່າເວົ້າໃນສິ່ງທີ່ອອກນອກເລື່ອງຂອງກະທູ້ທີ່ຕັ້ງມາ ເພາະມັນເຮັດໃຫ້ກະທູ້ນັ້ນໆ ກາຍເປັນກະທູ້ທີ່ບໍ່ມີສາລະ.
4./ ຕັ້ງຊື່ກະທູ້ໃຫ້ຊັດເຈນ ແລະ ສື່ເຖິງເລື່ອງທີ່ຕ້ອງການໄດ້ທັນທີ. ໂດຍຫ້າມເດັດຂາດບໍ່ໃຫ້ຕັ້ງຊື່ກະທູ້ແບບມັກງ່າຍ ເຊັ່ນ: ຊ່ອຍແນ່, ຖາມແນ່, ເບິ່ງໃຫ້ແນ່, Help Me!!! ໆລໆ
ເພື່ອຈະໄດ້ສະດວກເວລາທີ່ມາຊອກຄືນພາຍຫຼັງ, ສະດວກຜູ້ຕອບ ພ້ອມທັງສະດວກຜູ້ຖາມເອງ
ກະທູ້ທີ່ຜິດກົດຂໍ້ນີ້ ຈະຂໍລຶບກະທູ້ອອກໂດຍບໍ່ມີການແຈ້ງເຕືອນໃດໆ.
5./ ກະລຸນາຕັ້ງກະທູ້ໃຫ້ຖືກຫ້ອງ ກະທູ້ທີ່ຕັ້ງຜິດຫ້ອງຈະຖືກລຶບຖິ້ມທັນທີໂດຍບໍ່ມີການເຕືອນໃດໆ.
6./ ການໂພສກະທູ້ຊ້ຳກັບທີ່ມີມາ ຖືເປັນຄວາມຜິດຊອບຂອງຜູ້ໂພສ, ດັ່ງນັ້ນກ່ອນຈະໂພສກະທູ້ທີ່ຄິດວ່າມີເນື້ອຫາເກົ່າແລ້ວນັ້ນ
(ໂດຍສະເພາະເທັກນິກຕ່າງໆ) ຄວນໃຊ້ ລະບົບຊອກຫາ ຂອງເວັບບອດເຮົາກວດສອບເບິ່ງກ່ອນ ວ່າມີສິ່ງທີ່ທ່ານຈະໂພສນີ້ແລ້ວຫລືຍັງ.
7./ ລາຍເຊັນ (Signature) ຂອງທຸກ user ຫ້າມຫນັກເກີນ 150 KB, ແລະຂະຫນາດລວມກັນບໍ່ເກີນ 800x400 px.
8./ ຫ້າມ SPAM ຫຼື ມາໂຄສະນານັ້ນນີ້ ໂດຍບໍ່ເບິ່ງຄວາມເຫມາະສົມບໍ່ເບິ່ງຫນ້າເບິ່ງຫລັງ, ໂຄສະນາແລ້ວ ໂຄສະນາອີກ ເພາະຫວັງແຕ່ຜົນປະໂຫຍດສ່ວນໂຕ.
9./ ຖ້າເອົາບົດຄວາມມາຈາກເວັບອື່ນແລ້ວມາແປ ຫຼື ບໍ່ແປກໍແລ້ວແຕ່ ກະລຸນາໃຫ້ credit ເວັບທີ່ທ່ານເອົາມາສະເໝີ
ໂດຍແນະນຳໃຫ້ໃສ່ເປັນ URL ຂອງຂ່າວທີ່ທ່ານນຳມາໂພສ.
10./ ຖ້າທ່ານເຮັດຜິດກົດຂໍ້ໃດຕາມທີ່ກ່າວມາ ທີມງານລາວຊ້າຂໍຖືສິດໃນການຕັດສິດ user ຂອງທ່ານ, ໂດຍທີ່ໂທດໜັກ/ເບົາ ແມ່ນທາງທີມງານຈະຜິດຈາລະນາກັນຕາມເຫັນຄວນ.
ມາລະຍາດການໃຊ້ BBS ແບບສາກົນ ທີ່ທຸກທ່ານຄວນປະຕິບັດ
- ຕັ້ງຊື່ກະທູ້ໃຫ້ຊັດເຈນ ແລະ ສື່ເຖິງເລື່ອງທີ່ຕ້ອງການໄດ້ທັນທີ (ງົດເວັ້ນການຕັ້ງຊື່ເຊັ່ນ: ຊ່ອຍແນ່, ຖາມແນ່, ເບິ່ງໃຫ້ແນ່)
-ບໍ່ບ່ຽງເບນກະທູ້ ໂດຍສະເພາະກະທູ້ທີ່ໃຫ້ຂໍ້ມູນ (Information) ຫຼື ໃຫ້ຂໍ້ເທັດຈິງ (Fact)
- ບໍ່ຍຶດກະທູ້ຜູ້ອື່ນ ເຊັ່ນຖ້າມີຄົນອື່ນຖາມຄຳຖາມ ບໍ່ຄວນໄປຖາມຄຳຖາມຂອງໂຕເອງໃນກະທູ້ນັ້ນໆ.
- ບໍ່ໃສ່ຮ້າຍ ໃສ່ຄວາມຜູ້ອື່ນ (ນອກຈາກຈະມີຫຼັກຖານອ້າງອີງຊັດເຈນ)
- ເລືອກໃຊ້ສີຟ້ອນທີ່ສະດວກໃນການອ່ານ
- ອັກສອນໂຕໃຫຍ່ໝາຍເຖິງການຮ້ອງ ເລືອກໃຊ້ໃນເຫດການທີ່ເໝາະສົມ ເພາະຖືວ່າເປັນເລື່ອງເສຍມາລະຍາດ ຫາກເປັນການສົນທະນາທີ່ເປັນຂໍ້ມູນ ຫຼື ຂໍ້ເທັດຈິງ
- ບໍ່ຄວນໃສ່ emoticon ຫຼາຍເກີນໄປ ເລືອກໃຊ້ໃຫ້ກົງກັບຂໍ້ຄວາມກໍພຽງພໍ (copy ມາມັນວ່າ emotion ເຮົາຄຶດວ່າມັນໝາຍເຖິງ emoticon ນັ້ນລະ)
- ບໍ່ໃສ່ຮູບພາບທີ່ສໍ່ໄປໃນທາງເພດ ບໍ່ວ່າສ່ວນໃດຫຼືສ່ວນນຶ່ງ
- ຫ້າມດູໝິ່ນສີຜິວ, ເຊື້ອຊາດ, ພາສາ ແລະ ສາສະໜາ |
|