|
  
- UID
- 81
- Posts
- 404
- ຄວາມເທບ
- 414
- ເງິນ
- 75600
- Gender
- Male
- Online
- 108 Hours
|
ສິ່ງທີ່ຄວນຮູ້ໃນບອຣ໌ດ LaoZaa
ກະດານຂ່າວທີ່ LaoZaa ເປີດໂອກາດໃຫ້ຄົນລາວທຸກໆຄົນ (ຫລືອາດຈະມີຕ່າງຊາດເຂົ້າມາຮ່ວມນຳ) ປະກອບສ່ວນສະແດງຄຳຄິດເຫັນ, ແລກປ່ຽນຄວາມຄິດ, ຖາມ-ຕອບບັນຫາຕ່າງໆ ໂດຍສະເພາະແມ່ນເນັ້ນຫນັກໄປທາງ Information Technology.
ເນື່ອງຈາກວ່າສະມາຊິກຂອງເຮົາເພີ່ມຂື້ນທຸກໆວັນ ແລະ ສະມາຊິກໃຫມ່ຍັງບໍ່ສາມາດເຂົ້າໃຈໄດ້ຢ່າງແຈ່ມແຈ້ງໃນການໃຊ້ບອຣ໌ດໃນແຕ່ລະຫມວດຫລັກ ແລະ ຫມວດຍ່ອຍ ເຮັດໃຫ້ເກີດມີບັນຫາການຕັ້ງກະທູ້ຊ້ຳກັນ, ຕັ້ງກະທູ້ຜິດຫມວດ ຫລື ມີບັນຫາໃນການໃຊ້ງານດ້ານອື່ນໆ. ໃນນີ້ ຂ້າພະເຈົ້າຂໍອະທິບາຍລາຍລະອຽດຕ່າງໆ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ສະດວກຕໍ່ການເຂົ້າໃຈຂອງທ່ານເອງ.
ກະດານຂ່າວຂອງ LaoZaa ໄດ້ແບ່ງອອກເປັນ 8 ຫມວດຫລັກ ແລະ ແຕ່ລະຫມວດຫລັກກໍ່ມີຫມວດຍ່ອຍດັ່ງລຸ່ມນີ້:
Chit Chat
LaoZaa News: ຂ່າວຄາວມາໃຫມ່ບອກກັນໄວ້ໃຫ້ Up To Date (Mod: 00໔)
- ຂ່າວຄາວຈາກທາງ Admin & Mod
- ຂ່າວຄາວຈາກສະມາຊິກ (ບໍ່ຈຳກັດວ່າຕ້ອງເປັນຂ່າວໃນວົງການ IT ກໍ່ໄດ້)
- ສະແດງຄວາມເຫັນຂອງທ່ານກ່ຽວກັບຂ່າວຄາວເຫລົ່ານັ້ນ
Chit Chat: ລົມກັນໄດ້ທຸກເລື່ອງ (Mod: PrinceKiku)
- ອະນຸຍາດໃຫ້ສະມາຊິກລົມກັນໄດ້ທຸກເລື່ອງ
- ສະແດງຄວາມເຫັນຂອງທ່ານກ່ຽວກັບກະທູ້ທີ່ຖືກຕັ້ງ
- ຕັ້ງກະທູ້ທີ່ບໍ່ເຂົ້າກັບຫມວດອື່ນໆໄດ້ທີ່ນີ້ (ອາດມີກະທູ້ນີ້ຕ່າງຫາກໃນອະນາຄົດ)
Comment: ວິພາກວິຈານ ຫລື ມີບັນຫາໃນການໃຊ້ງານກໍ່ມາລົມກັນໄດ້
- ອະນຸຍາດໃຫ້ສະມາຊິກສະແດງຄວາມຄິດເຫັນກ່ຽວກັບເວັປ LaoZaa
- ອະນຸຍາດໃຫ້ສະມາຊິກແຈ້ງຂໍ້ຜິດພາດຂອງທາງບອຣ໌ດ
- ມີບັນຫາການໃຊ້ງານກໍ່ສາມາດແຈ້ງໄດ້ທີ່ນີ້
Internet & Website
Website: ມຸມນີ້ສຳຫລັບນັກຫລິ້ນເນັດ ແລະ ໄວ້ສຳຫລັບສະແດງ web ໃຫ້ກັນ
- ອະນຸຍາດໃຫ້ສະມາຊິກແນະນຳເວັປໄຊທ໌ທີ່ຫນ້າສົນໃຈ
- ອະນຸຍາດໃຫ້ສະມາຊິກແນະນຳເວັປຕົນເອງໄດ້
- ເວັປທີ່ນຳສະເຫນີສາມາດຄອບຄຸມທຸກເລື່ອງບໍ່ວ່າຈະເປັນ ເພງ, ເກມ, ອິນເຕີເນັດ…
Tutorial: ສຳຫລັບບົດຄວາມ, ຄູ່ມືການນຳໃຊ້ໂປຣແກຣມອື່ນໆ
- ບົດຄວາມການໃຊ້ງານໂປຣແກຣມອື່ນໆຈະຖືກຂຽນຂື້ນໂດຍທາງ Admin & Mod
- ສະມາຊິກສາມາດຮ່ວມຂຽນການໃຊ້ງານໂປຣແກຣມ ແລະ ການລົງໂປຣແກຣມໄດ້
- ສະມາຊິກສາມາດຂໍເອົາບົດຄວາມການລົງໂປຣແກຣມ, ການໃຊ້ງານໂປຣແກຣມອືນໆໄດ້
- ຖ້າເປັນໄປໄດ້ຂໍ້ໃຫ້ບົດຄວາມເປັນພາສາລາວ ແລະ ຖືກຮຽບຮຽງໂດຍຜູ້ຂຽນເອງ
- ຖ້ານຳເອົາມາຈາກແຫລ່ງອື່ນ ຂອງໃຫ້ແຈ້ງຊື່ຜູ້ຂຽນ ແລະ ແຫລ່ງທີ່ມາ ເພື່ອຄວາມປອດໄພຂອງຕົວທ່ານເອງ (ດຽວສິຖືກຟ້ອງເລື່ອງລິຂະສິດ)
Computer Zone
Computer Hardware: ມີບັນຫາຫລືບົດຄວາມຕ່າງໆມາທາງນີ້ໄດ້ເລຍ
- ບົດຄວາມກ່ຽວກັບ hardware ຈາກ Admin & Mod
- ບົດຄວາມກ່ຽວກັບ hardware ຈາກ ສະມາຊິກ
- ອະນຸຍາດໃຫ້ສະມາຊິກຖາມ-ຕອບກ່ຽວກັບ hardware
- ສະມາຊິກສາມາດຂໍວິທີການຕິດຕັ້ງ hardware ຕ່າງໆໄດ້
- ໃຫ້ຄຳປຶກສາກ່ຽວກັບ hardware
Computer Software: ແນະນຳໂປຣແກຣມໃຫມ່ ຂໍໂປຣແກຣມຟຮີ
- ບົດຄວາມກ່ຽວກັບ software ຈາກ Admin & Mod
- ບົດຄວາມກ່ຽວກັບ software ຈາກ ສະມາຊິກ
- ແນະນຳໂປຣແກຣມທີ່ມີປະໂຫຍດສຳຫລັບຄອມພິວເຕີຂອງທ່ານ
- ແນະນຳໂປຣແກຣມທີ່ຕົກແຕ່ງຄອມພິວເຕີຂອງທ່ານ
- ອະນຸຍາດໃຫ້ສະມາຊິກຖາມ-ຕອບກ່ຽວກັບ software
- ສະມາຊິກສາມາດຂໍໂປຣແກຣມທີ່ຕ້ອງການໄດ້
- ສະມາຊິກສາມາດຂໍວິທີການຕິດຕັ້ງ software ຕ່າງໆໄດ້
Computer Graphic: Photoshop, Flash, 3D ມືສິນລະປະມາທາງນີ້ເລຍ (Mod: Defago)
- ວິທີການແຕ້ມຮູບໃນໂປຣແກຣມຕ່າງໆ
- ອະນຸຍາດໃຫ້ສະມາຊິກສະແດງຮູບວາດຂອງຕົນເອງໄດ້
- ອະນຸຍາດໃຫ້ສະມາຊິກໂພສຮູບງາມໆຈາກເວັປອື່ນເພື່ອເປັນກໍລະນີ້ໄດ້ (ລະບຸທີ່ມາດ້ວຍ)
Virus: Virus, Spyware, Worm, Trojan ມີບັນຫາໄພຄຸກຄາມຖາມກັນໄດ້
- ບອກໄວຣັສທີ່ລະບາດໃນຕອນນີ້ຈາກ Admin & Mod
- ບອກແນວທາງ ແລະ ວິທີການແກ້ໄຂໄວຣັສຈາກ Admin & Mod
- ບອກແນວທາງ ແລະ ວິທີການແກ້ໄຂໄວຣັສຈາກ ສະມາຊິກ
- ບອກວິທີການ ແລະ ແນວທາງການປ້ອງກັນໄວຣັສ
- ສະມາຊິກທີ່ມີບັນຫາ, ເຄື່ອງຕິດໄວຣັສກໍ່ສາມາດແຈ້ງໄດ້ທີ່ໄດ້
Tips & Trick: ບົດຄວາມເຕັກນິກວິທີການ ແລະ ທັດສະອື່ນໆ
- ບົດຄວາມວິທີການຕ່າງໆຈາກ Admin & Mod
- ບົດຄວາມວິທີການຕ່າງໆຈາກສະມາຊິກ
- ຖາມ-ຕອບກ່ຽວກັບເຕັກນິກວິທີການອື່ນໆ
- ສະມາຊິກສາມາດຂໍ Tips & Trick ທີ່ຕ້ອງການໄດ້
E-Books: E-Books ຄັກໆເອົາມາໄວ້ທີ່ນີ້
- E-Books ທີ່ມີປະໂຫຍດຈາກ Admin & Mod
- E-Books ທີ່ມີປະໂຫຍດຈາກ ສະມາຊິກ
- E-Books ກ່ຽວກັບ Applications ຕ່າງໆ
- ສະມາຊິກສາມາດຂໍ E-Books ທີ່ຕ້ອງການໄດ້
Fun Zone
Pic Post: ຮູບຄັກໆເອົາມາໄວ້ນີ້ເດີ ແຕ່ຫ້າມໃສ່ຮູບໂປ້ເດີລະ
- ສະມາຊິກສາມາດໂພສຮູບຕາມໃຈໄດ້ທີ່ນີ້
- ຫ້າມບໍ່ໃຫ້ເປັນຮູບທີ່ເຂົ້າຂ່າຍລາມົກອະນາຈານ
VDO Clips: Clip ສັ້ນ, Clip ຍາວໆ ວິດີໂອຄັກໆມາແບ່ງກັນເດີ
- Clip ວິດີໂອທີ່ມີປະໂຫຍດຈາກ Admin & Mod
- Clip ວິດີໂອທີ່ມີປະໂຫຍດຈາກ ສະມາຊິກ
- Clip ວິດີໂອຕ່າງໆຈາກສະມາຊິກ
- ສະມາຊິກສາມາດຂໍ Clip ວິດີໂອທີ່ຕ້ອງການໄດ້
Music: ສຳລັບນັກຟັງເພງມ່ວນໆກວນໆມາຫ້ອງນີ້
- ແຈກເພງຟຣີຈາກ Admin & Mod
- ແຈກເພງຟຣີຈາກ ສະມາຊິກ
- ສະມາກຊິກສາມາດຂໍເພງທີ່ຕ້ອງການໄດ້
- ບໍ່ຈຳກັດແນວເພງ ແລະ ພາສາ
Games: ນັກຫລິ້ນເກມທຸກປະເພດມາຝາກກັນ (Mod: Defago)
- ສົນທະນາກັນເລື່ອງເກມ ບໍ່ວ່າຈະເປັນເກມ Online, Offline, PS1, PS2, PS3, Xbox, Wii ແລະອື່ນໆ
- ສະມາຊິກສາມາດຂໍເກມໄດ້
- ສະມາຊິກສາມາດຂໍສູດເກມໄດ້
- ສະມາຊິກສາມາດຂໍວິທີການໂກງເກມໄດ້
Operating System
MS Windows: ທ່ານໃຊ້ລະບົບປະຕິບັດການ Windows ບໍ່? Win 3.1, Win 95, Win 98, Win XP, 2K, Vista
- ບົດຄວາມທີ່ເປັນປະໂຫຍດກຽວກັບ Windows ຈາກ Admin & Mod
- ບົດຄວາມທີ່ເປັນປະໂຫຍດກຽວກັບ Windows ຈາກ ສະມາຊິກ
- ຖາມ-ຕອບກ່ຽວກັບບັນຫາ Windows
- ຖາມ-ຕອບກ່ຽວກັບໂປຣແກຣມທີ່ກ່ຽວຂ້ອງ
- ບັນຫາການຕັ້ງຄ່າ Windows
- ການແລກປ່ຽນຄວາມຄິດເຫັນລະຫວ່າງສະມາຊິກ
- ສະມາຊິກສາມາດຂໍໂປຣແກຣມທີ່ກ່ຽວຂ້ອງໄດ້
Unix – Linux: ມຸມສຳຫລັບຄົນມັກ Linux-Unix ແລະ ການ Configure ຄ່າຕ່າງໆ
- ບົດຄວາມທີ່ເປັນປະໂຫຍດກຽວກັບ Unix-Linux ຈາກ Admin & Mod
- ບົດຄວາມທີ່ເປັນປະໂຫຍດກຽວກັບ Unix-Linux ຈາກ ສະມາຊິກ
- ຖາມ-ຕອບກ່ຽວກັບບັນຫາ Unix-Linux
- ຖາມ-ຕອບກ່ຽວກັບໂປຣແກຣມທີ່ກ່ຽວຂ້ອງ
- ບັນຫາການຕັ້ງຄ່າ Unix-Linux
- ການແລກປ່ຽນຄວາມຄິດເຫັນລະຫວ່າງສະມາຊິກ
- ສະມາຊິກສາມາດຂໍໂປຣແກຣມທີ່ກ່ຽວຂ້ອງໄດ້
(ຄາດວ່າໃນອະນາຄົດຈະແຍກບອຣ໌ດຕ່າງກັນລະຫວ່າງ Unix ແລະ Linux)
Mac: ມຸມສຳຫລັບນັກອອກແບບແລະ Multimedia ທັງຫລາຍທີ່ມັກໃຊ້ Mac
- ບົດຄວາມທີ່ເປັນປະໂຫຍດກຽວກັບ Macintosh ຈາກ Admin & Mod
- ບົດຄວາມທີ່ເປັນປະໂຫຍດກຽວກັບ Macintosh ຈາກ ສະມາຊິກ
- ຖາມ-ຕອບກ່ຽວກັບບັນຫາ Macintosh
- ຖາມ-ຕອບກ່ຽວກັບໂປຣແກຣມທີ່ກ່ຽວຂ້ອງ
- ບັນຫາການຕັ້ງຄ່າ Macintosh
- ການແລກປ່ຽນຄວາມຄິດເຫັນລະຫວ່າງສະມາຊິກ
- ສະມາຊິກສາມາດຂໍໂປຣແກຣມທີ່ກ່ຽວຂ້ອງໄດ້
Server OS: ເວົ້າກັນທຸກເລື່ອງກ່ຽວກັບ Computer Server, Unix, Linux, Windows, Sun…
- ບົດຄວາມທີ່ເປັນປະໂຫຍດກຽວກັບ Server OS ຈາກ Admin & Mod
- ບົດຄວາມທີ່ເປັນປະໂຫຍດກຽວກັບ Server ຈາກ ສະມາຊິກ
- ຖາມ-ຕອບກ່ຽວກັບບັນຫາ Server
- ຖາມ-ຕອບກ່ຽວກັບໂປຣແກຣມທີ່ກ່ຽວຂ້ອງ
- ບັນຫາການຕັ້ງຄ່າ Server
- ການແລກປ່ຽນຄວາມຄິດເຫັນລະຫວ່າງສະມາຊິກ
- ໃຫ້ຄຳປຶກສາໃນດ້ານການຕິດຕັ້ງ Server
Developer Zone
Network: ລະບົບເຄືອຄ່າຍເປັນແນວໃດ? LAN, WAN, Internet Network
- ບົດຄວາມທີ່ເປັນປະໂຫຍດກຽວກັບ Network ຈາກ Admin & Mod
- ບົດຄວາມທີ່ເປັນປະໂຫຍດກຽວກັບ Network ຈາກ ສະມາຊິກ
- ຖາມ-ຕອບກ່ຽວກັບບັນຫາ Network
- ຖາມ-ຕອບກ່ຽວກັບໂປຣແກຣມທີ່ກ່ຽວຂ້ອງ
- ການຕິດຕັ້ງລະບົບເຄືອຂ່າຍແບບຕ່າງໆ
- ການແລກປ່ຽນຄວາມຄິດເຫັນລະຫວ່າງສະມາຊິກ
- ໃຫ້ຄຳປຶກສາໃນດ້ານການຕິດຕັ້ງ Network
Data Base: ລົມກັນທຸກເລື່ອງກ່ຽວກັບຖານຂໍ້ມູນ, ແບບຖານຂໍ້ມູນ, ການສ້າງຖານຂໍ້ມູນ
- ບົດຄວາມທີ່ເປັນປະໂຫຍດກຽວກັບ Data Base ຈາກ Admin & Mod
- ບົດຄວາມທີ່ເປັນປະໂຫຍດກຽວກັບ Data Base ຈາກ ສະມາຊິກ
- ຖາມ-ຕອບກ່ຽວກັບບັນຫາ Data Base
- ຖາມ-ຕອບກ່ຽວກັບໂປຣແກຣມທີ່ກ່ຽວຂ້ອງ
- ການຕິດຕັ້ງ ແລະ ອອກແບບຖານຂໍ້ມູນ
- ການແລກປ່ຽນຄວາມຄິດເຫັນລະຫວ່າງສະມາຊິກ
- ໃຫ້ຄຳປຶກສາໃນດ້ານການຕິດຕັ້ງ Network
Web Development: ພັດທະນາເວັປດ້ວຍພາສາ CGI, PHP, ASP, JSP, HTML
- ບົດຄວາມທີ່ເປັນປະໂຫຍດກຽວກັບ Web Development ຈາກ Admin & Mod
- ບົດຄວາມທີ່ເປັນປະໂຫຍດກຽວກັບ Web Development ຈາກ ສະມາຊິກ
- ຖາມ-ຕອບກ່ຽວກັບບັນຫາ Web Development
- ຖາມ-ຕອບກ່ຽວກັບໂປຣແກຣມທີ່ກ່ຽວຂ້ອງ
- ການຕິດຕັ້ງ ແລະ ອອກແບບເວັປໄຊທ໌
- ການແລກປ່ຽນຄວາມຄິດເຫັນລະຫວ່າງສະມາຊິກ
- ໃຫ້ຄຳປຶກສາໃນດ້ານການຕິດຕັ້ງ ແລະ ອອກແບບເວັປໄຊທ໌
- ໃຫ້ຄຳແນະນຳໃນການອອກແບບດ້ານໂຄງສ້າງ, ລະບົບຖານຂໍ້ມູນ ແລະ ອື່ນໆຕາມຄວາມເຫມາະສົມ
Software Development: ສົນທະນາເລື່ອງການພັດທະນາໂປຣແກຣມຕ່າງໆ .NET, VB, C++, Perl, Java
- ບົດຄວາມທີ່ເປັນປະໂຫຍດກຽວກັບ Software Development ຈາກ Admin & Mod
- ບົດຄວາມທີ່ເປັນປະໂຫຍດກຽວກັບ Software Development ຈາກ ສະມາຊິກ
- ຖາມ-ຕອບກ່ຽວກັບບັນຫາ Software Development
- ຖາມ-ຕອບກ່ຽວກັບໂປຣແກຣມທີ່ກ່ຽວຂ້ອງ
- ໃຫ້ຄຳປຶກສາດ້ານການຂຽນໂປຣແກຣມ (ອາດແຍກເປັນ Programming ໃນອະນາຄົດ)
- ພາສາໂປຣແກຣມທີ່ເຫມາະສົມໃນການຂຽນໂປຣແກຣມ
- ວິທີການຂຽນໂປຣແກຣມແບບ OOP
- ໂຄງສ້າງພາສາໂປຣແກຣມທີ່ຫນ້າສົນໃຈ
- ການແລກປ່ຽນຄວາມຄິດເຫັນລະຫວ່າງສະມາຊິກ
Knowledge Zone
Hack: ມາເວົ້າກັນເລື່ອງ Hack ວິທີການປ້ອງກັນຕົນເອງຈາກ Internet
- ໃນທີ່ນີ້ ການ Hack ຂໍ້ໃຫ້ເປັນພຽງກໍລະນີສຶກສາເທົ່ານັ້ນ
- ບົດຄວາມທີ່ເປັນປະໂຫຍດກຽວກັບ Hacking ຈາກ Admin & Mod
- ບົດຄວາມທີ່ເປັນປະໂຫຍດກຽວກັບ Hacking ຈາກ ສະມາຊິກ
- ຖາມ-ຕອບກ່ຽວກັບບັນຫາ Hacking
- ຖາມ-ຕອບກ່ຽວກັບໂປຣແກຣມທີ່ກ່ຽວຂ້ອງ
- ວິທີການປ້ອງກັນຕົນເອງຈາກການທີ່ຈະຖືກ Hack
(ອາດມີບອຣ໌ດ Security ແຍກຕ່າງອີກ)
Crack: ຊອກຫາ Crack ປົດລ໊ອກ Software ທາງນີ້ມີໃຫ້ທ່ານ
- ບົດຄວາມທີ່ເປັນປະໂຫຍດກຽວກັບ Cracking ຈາກ Admin & Mod
- ບົດຄວາມທີ່ເປັນປະໂຫຍດກຽວກັບ Cracking ຈາກ ສະມາຊິກ
- ຖາມ-ຕອບກ່ຽວກັບບັນຫາ Hacking
- ຖາມ-ຕອບກ່ຽວກັບໂປຣແກຣມທີ່ກ່ຽວຂ້ອງ
- ສະມາຊິກສາມາດຂໍ Crack, Keygen, Patch ໄດ້
Tips & Trick: ລວບລວມເຕັກນິກຕ່າງໆຫນ້າຮູ້ມີຫລວງຫລາຍ
- ບົດຄວາມວິທີການຕ່າງໆຈາກ Admin & Mod
- ບົດຄວາມວິທີການຕ່າງໆຈາກສະມາຊິກ
- ຖາມ-ຕອບກ່ຽວກັບເຕັກນິກວິທີການອື່ນໆ
- ສະມາຊິກສາມາດຂໍ Tips & Trick ທີ່ຕ້ອງການໄດ້
Staff Only
Staff Talk: ເອົາໄວ້ລົມກັນເລື່ອງທົ່ວໄປໃນລະດັບ Staff
LaoZaa Plan: ແຜນການປັບປຸງລະບົບຕ່າງໆ
Recycle Bin: ກະທູ້ໃດທີ່ຈະຖືກລືບໃຫ້ຍ້າຍເຂົ້າມາໄວ້ອ່ານໄດ້ສະເພາະ Admin & Mod
ຈະເຫັນວ່າບອຣ໌ດ LaoZaa ຂອງພວກເຮົາເປັນບອຣ໌ດທີ່ໃຫຍ່ທີ່ຄອບຄຸມເກືອບທຸກຫົວຂໍ້ຂ່າວ ເປັນແຫລ່ງຂໍ້ມູນທີ່ໃຫຍ່ສຳລັບນັກຮຽນຮູ້ປັນຍາຊົນທຸກທ່ານທີ່ເຂົ້າມາ.
ການທີ່ທ່ານຕັ້ງກະທູ້ໃຫ້ຖືກຈຸດປະສົງຂອງທ່ານຈະເຮັດໃຫ້ທ່ານໄດ້ຮັບຄຳຕອບທີ່ທ່ານຕ້ອງການ ແຕ່ຖ້າທ່ານຫາກຕັ້ງກະທູ້ຜິດຫມວດຈະເຮັດໃຫ້ທ່ານຫາກະທູ້ຂອງທ່ານບໍ່ເຫັນ. ໃນຄວາມເປັນຈິງແລ້ວ LaoZaa ຈະມີ Moderators ທີ່ຖືສິດຍ້າຍກະທູ້ຂອງທ່ານອັດຕາໂນມັດຖ້າຫາກທ່ານຕັ້ງກະທູ້ຜິດບ່ອນ (ໃນກໍລະນີທີ່ Mod ມີເວລາ Mod ອາດຈະ PM ບອກໃຫ້ທ່ານຮູ້ວ່າກະທູ້ຂອງທ່ານຖືກຢ້າຍຈາກບ່ອນໃດ)
ໃນເມື່ອຮັບຊາບກັນແລ້ວ ຂ້າພະເຈົ້າຂໍຄວາມຮ່ວມມືຈາກທຸກທ່ານ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງຊາວ LaoZaa ເອງ. ຂໍຂອບໃຈທີ່ທຸກທ່ານທີ່ໄດ້ໃຫ້ການຮ່ວມມື.
|
|