ເລືອກວິທີການໃຊ້ partition ຂອງທ່ານ:
- “Remove all partitions on selected drives and createdefault layout’’—ລຶບເນື້ອທີ່ທັງໝົດໃນ Hardddisk ທີ່ທ່ານເລືອກ.
- ‘‘Remove Linux partitions on selected drives and createdefault layout’’ ລຶບ partition ຂອງລີນຸກທັງໝົດແຕ່ຈົ່ງ partition ຂອງວິນໂດໄວ້ໂດຍບໍ່ເສຍຫາຍ.
- “Use free space on selected drives and create defaultlayout’’— ນໍາໃຊ້ເນື້ອທີ່ວ່າໃນຮາດດີສທີ່ບໍ່ທັນໄດ້ແບ່ງ partitionໃດໆ.
- ‘‘Create custom layout’’— ຖ້າຕ້ອງການກໍານົດ partitionຕາມແບບຂອງໂຕເອງ.
3.ຖ້າເຮົາເລືອກທີ່ຈະເບິ່ງຫລືກໍານົດຄ່າ partition, ເຮົາສາມາດປ່ຽນພາຕີຊັນທີ່ຕ້ອງການໄດ້,ຢ່າງຫນ້ອຍຕ້ອງມີ root(/)partition ເພື່ອເກັບໄຟຣຕິດຕັ້ງທັງໝົດແລະ1 swap ພາຕິຊັນ ແລະpartition ຂະຫນາດນ້ອຍສໍາລັບ boot (/boot) ເອີ້ນວ່າboot partition ປະມານ 100 MB ກໍ່ຕ້ອງການເຊັ່ນກັນ,ການຈັດພາຕີຊັນບໍ່ເໝາະສົມອາດເປັນສາເຫດໃຫ້ຂໍ້ມູນບໍ່ເຫັນໄດ້.
Swap ພາຕິຊັນມັກຈະກໍານົດໃຫ້ມີຂະຫນາດ2 ເທົ່າຂອງຂະຫນາດຂອງ RAM(ຕົວຢ່າງRAM ມີ 512 MB, swappartition ຈະມີ 1024 MB). Linux ຈະໃຊ້ເນື້ອທີ່ໃນswap partition ໃນກໍລະນີ ທີ່ກໍາລັງໃຊ້process ເຕັມຄວາມຈຸຂອງ RAM, ເມື່ອເຖິງຈຸດນັ້ນprocess ທີ່ບໍ່ active ຈະຖືກຍ້າຍໄປຢູ່swap partition. ເຈົ້າຈະສໍາພັດໄດ້ເມື່ອ process ທີ່ຢູ່ໃນswap ເລີ່ມເຮັດວຽກຄືນມັນກໍ່ຈະກັບມາຢູ່ທີ່RAM ອີກຄັ້ງເຊັ່ນການເປີດຄືນຫນ້າຕ່າງໂປຣແກຣມທີ່ຖືກ minimize ໄວ້ດົນ.
ເຫດຜົນທີ່ຕ້ອງການເນື້ອທີ່ swap ໃຫ້ພຽງພໍກໍ່ຍ້ອນຖ້າ RAM ເຕັມຈະບໍ່ມີprocess ໃໝ່ໃດທີ່ເຮັດວຽກໄດ້ຈົນກວ່າຈະປິດອັນໃດອັນຫນຶ່ງ.centos project ໄດ້ສະເຫນີຕໍ່າສຸດ 32MB ແລະ2GB ສູງສຸດສໍາລັບເນື້ອທີ່ຂອງ swap.
3.Configure Boot Loader— ການຕັ້ງຄ່າ bootloader ແລະ partition ທີ່ boot ໄດ້ທັງໝົດຈະຖືກສະແດງໃນຂັ້ນຕອນການຕິດຕັ້ງ,ໂດຍປົກກະຕິແລ້ວໂຕຕິດຕັ້ງ centos ຈະໃຊ້ GRUB Boot loader ເປັນຄ່າເລີ່ມຕົ້ນຂອງ bootloader ໂດຍການຕິດຕັ້ງ boot loader ໃນ master boot record ຂອງຄອມພິວເຕີທ່ານ ແລະເລືອກ Centos ເປັນໂຕບູດເລີ່ມຕົ້ນ.
Note: ຖ້າເຈົ້າຍັງເກັບ GRUB boot loader ໄວ້, ເຈົ້າສາມາດຕັ້ງລະຫັດຜ່ານໃຫ້GRUB ໄດ້. ລະຫັດຜ່ານຈະປົກປ້ອງລະບົບຂອງເຈົ້າທີ່ອາດຈະມີ kernel ທີ່ອັນຕະລາຍທີ່ຖືກສົ່ງຈາກບາງຄົນ.
4.Set the host name = ໃສ່ຊື່ຄອມພິວເຕີ(ເອີ້ນວ່າhostname). ເຊິ່ງແມ່ນຊື່ລະບຸຕົວຕົນກັບໂດເມນຂອງເຈົ້າ. ຕົວຢ່າງຖ້າຊື່ຄອມພິວເຕີເຈົ້າແມ່ນ “joe” ໃນໂດເມນ allen.com, ຊື່ເຕັມຂອງຄອມເຈົ້າແມ່ນ joe.allen.com. ເຈົ້າສາມາດໃສ່ຊື່ໂດເມນຫລືຖືກກໍານົດໂດຍອັດຕະໂນມັດຖ້າເນັດເວີກຂອງເຈົ້າໃຊ້ DHCP.
5.Choose a time zone-- ເລືອກໂຊນເວລາ
ChoosingDifferent InstallModes(ການຕິດຕັ້ງຈາກໂໝດອື່ນໆ)
ແມ່ນວ່າຄອມພິວເຕີທັງໝົດທີ່ມີ RAM ຫລາຍກວ່າ 512 MB, Centos ຈະເລືອກໃຫ້ຕິດຕັ້ງແບບ graphic mode ໂດຍອັດຕະໂນມັດ. ແຕ່ກໍ່ມີຫລາຍຄັ້ງທີ່ກາດຈໍບໍ່ຊັບພອດກັບໂຫມດກຣາຟິກ.
ແມ້ວ່າໂຕຕິດຕັ້ງຈະພົບເຫັນຮາດແວທຸກອັນ, ແຕ່ອາດຈະມີອຸປະກອນເຊັ່ນ ຮາດດີສ,ກາດແລນ… ທີ່ໂຕຕິດຕັ້ງບໍ່ເຫັນ , ເຈົ້າຈໍາເປັນຕ້ອງຕ້ອງໄດ້ໃສ່ຄ່າພິເສດ ໃນຕອນ boot.
ລາຍການລຸ່ມນີ້ແມ່ນທາງເລືອກຕ່າງໆໃນການຕິດຕັ້ງທີ່ເຈົ້າສາມາດຕິດຕັ້ງດ້ວຍແຜ່ນ Centos. (ເຈົ້າສາມາດໃຊ້ວິທີ່ນີ້ໄດ້ກໍ່ຕໍ່ເມື່ອຕິດຕັ້ງຈາກໂໝດກຣາຟຟິກບໍ່ໄດ້) , ເພື່ອໃຊ້ວິທີນີ້ເຂົ້າໄປທີ່ boot promt.
- “text”ພິມຄຳນີ້ເພື່ອຕິດຕັ້ງແບບ text-base mode. ເຮັດວິທີນີ້ຖ້າໂຕຕິດຕັ້ງບໍ່ຮູ້ຈັກກາດຈໍ. ຫນ້າຈໍຕິດຕັ້ງອາດຈະບໍ່ງາມແຕ່ມັກກະໃຊ້ງານໄດ້ດີ.
- ພິມ“lowres” ເພື່ອຕິດຕັ້ງໃນຂະຫນາດຈໍ 640x480 (screen solution) ສໍາລັບກາດຈໍທີ່ບໍ່ຊັບພອດ resolution ທີ່ໃຫຍ່ກວ່າ.
- ພິມ“askmethod” ເພື່ອຕິດຕັ້ງຜ່ານ NFS image, FTP, HTTP ຫລື Harddisk
6. SetRoot Password= ຕ້ອງໃສ່ລະຫັດຜ່ານໃຫ້ root ໃນຂັ້ນຕອນນີ້. Root password ຈະເຮັດສາມາດຄວບຄຸມລະບົບໄດ້ທັງໝົດ.
7.Install Classes ສໍາລັບການຕິດຕັ້ງໃໝ່, ໂຕຕິດຕັ້ງຈະເລືອກໂປແກຣມພື້ນຖານ. ເຈົ້າສາມາດເລືອກເພີ່ມເຕີມໄດ້ໂດຍຈະແບ່ງເປັນກຸ່ມ software ດັ່ງນີ້:
- Desktop= ຕິດຕັ້ງຊອບແວທີ່ເຫມາະສົມສຳລັບໃຊ້ສ່ວນຕົວຫລືຄອມພິວເຕີສຳລັບຫ້ອງການ.ກຸ່ມນີ້ຈະລວມທັງ GNOME ແລະຊອບແວທີ່ກ່ຽວຂ້ອງຕ່າງໆ(word processor, internet tool…..).
- Server= ຕິດຕັ້ງ software package ສໍາລັບ web server(ໂດຍທົ່ວໄປມີ: apache ແລະ printer server). ເຊິ່ງບໍ່ລວມ server ຕ່າງໆ(FTP,DHCP,mailFDNS,FTP,SQL…..).
- Virtualization= ຕິດຕັ້ງsoftware package ທີ່ຈໍາເປັນສໍາລັບVirtualization ທີ່ຈະອະນຸຍາດໃຫ້ຫລາຍOS ສາມາດRun ໄດ້ພ້ອມກັນໃນຄອມຫນ່ວຍດຽວ.
- Clustering(ການເອົາຄອມຫລາຍໆຫນ່ວຍມາເຮັດວຽກເປັນເຄື່ອງດຽວກັນ)
- CustomizeNow = ແມ່ນເພີ່ມຫລືລຶບຊື່package ທີ່ຈະຕິດຕັ້ງຕາມໝວດ(Category)ທີ່ເລືອກ.ຈື່ໄວ້ວ່າໂປຣແກຣມທີ່ ມີ repository ຕ່າງກັນຈະໂຊໃນໝວດດຽວກັນເຊັ່ນ ໂປຣແກຣມ abc ຖ້າມີໃນທັງ repository ຂອງ Centos ແລະ KBS-Extras ກໍ່ຈະໂຊທັງສອງໃນໝວດດຽວກັນ.
8.CustomizeCategory =
- DesktopEnvironment = GNOME Desktop Environment ແມ່ນຈະຖືກເລືອກເປັນຄ່າ default, KDE ກະໃຊ້ໄດ້ຄືກັນ.
- Application= ກຸ່ມນີ້ລວມແພັກເກັດ editor, game, ໂປຣແກຣມເຫລິ້ນເພງແລະວິດີໂອ, internet tool ແລະໂປຣແກຣມອື່ນໆ
- Development= ລວມລວມເຄື່ອງມືໃນການຂຽນໂປຣແກຣມ
- Server= Package ທີ່ລວມ Web server,Mail,FTP,Database……
- BaseSystem = ບັນຈຸເຄື່ອງມືພື້ນຖານຂອງ admin, utility , ແລະໄຟ support ພື້ນຖານຂອງລະບົບເຊັ່ນ X windows system, JAVA,…..
- Language= ບັນຈຸພາສາຫລາຍໆພາສາ.
ຄອມພິວເຕີເຈົ້າຈະ restart. ຖ້າເຈົ້າຕິດຕັ້ງ GRUB, ເຈົ້າຈະພົບ boot screen ທີ່ໃຫ້ເວລາເຈົ້າຫລາຍວິນາທີເພື່ອກົດປຸ່ມອັນຫນຶ່ງ ເພື່ອເບິ່ງຫລືປ່ຽນ bootable partition. ຫລັງຈາກນັ້ນ ກໍ່ຈະ boot centos.
ຫລັງຈາກຕິດຕັ້ງແລ້ວເມື່ອເປີດຄອມຄັ້ງທຳອິດຈະຕ້ອງມີການຕັ້ງຄ່າບາງຢ່າງເລັກຫນ້ອຍດັ່ງນີ້:
- Firewallຕັ້ງຄ່າໄຟວໍແມ່ນອະນຸຍາດຫລືປິດທາງເຂົ້າຂອງ service ທີ່ກໍາລັງເຮັດວຽກໃນຄອມພິວເຕີ.
- SELinuxແມ່ນlayer(ຊັ້ນ)ດ້ານຄວາມປອດໄພທີ່ເພີ່ມເຂົ້າມາ ເຊິ່ງມີຊັ້ນເຊີງກວ່າການອະນຸຍາດ(permission) ແບບ Firewall.
- CreateUser = ສຳລັບເປັນ user ໃຊ້ປະຈຳວັນ. ເຈົ້າຄວນຈະມີຊື່ຜູ້ໃຊ້ເປັນຂອງເຈົ້າເອງ ແລະໃຊ້ root ເພື່ອເຮັດວຽກກ່ຽວກັບ admin
- SoundCard = ທົດສອບການຕັ້ງຄ່າສຽງ
- AdditionalCD = ກຳນົດCD/DVD ໂຕຕິດຕັ້ງເພີ່ມເຕີມຖ້າເຈົ້າຈະຕິດຕັ້ງ software ເພີ່ມ.
by khamsamay1