7 ພຶດຕິກຳທີ່ບໍ່ຄວນເຮັດກ່ອນນອນ
ເຊື່ອວ່າຫຼາຍໆຄົນຕ້ອງມີພຶດຕິກຳແບບນີ້ແນ່ນອນ ສຳລັບກ່ອນນອນຕ້ອງມີກິດຈະກຳເຮັດກ່ອນນອນ ບໍ່ດັ່ງນັ້ນຈະນອນບໍຫຼັບ ຫຼືອາດມີຄວາມຈຳເປັນຕ້ອງເຮັດກ່ອນນອນ ເຊິ່ງບາງພຶດຕິກຳກໍສົ່ງຜົນຕໍ່ການນອນຫຼັບ ແລະສົ່ງຜົນຕໍ່ສຸຂະພາບຮ່າງກາຍຂອງເຮົາໄດ້
1. ບໍ່ຖອດໂມງນອນ: ບາງຄັ້ງອາດລືມຖອດໂມງກ່ອນນອນ ແຕ່ຮູ້ບໍວ່າ ໂມງ ຈະສົ່ງພະລັງງານກັບຮ່າງກາຍຂອງເຮົາ ອາດລົບກວນຕໍ່ການນອນຫຼັບໄດ້
2. ລົມໂທລະສັບຈົນຫຼັບ: ການລົມໂທລະສັບຈົນນອນຫຼັບ ຫຼືການວາງເຄື່ອງມືສື່ສານໄວ້ໃກ້ໂຕ ຄື່ນໂທລະສັບນອກຈາກຈະລົບກວນການນອນຫຼັບແລ້ວ ຍັງທຳລາຍສະໝອງຂອງຄົນເຮົາອີກດ້ວຍ
3. ບໍ່ລ້າງເຄື່ອງສຳອາງກ່ອນນອນ: ສາວໆຫຼາຍຄົນ ມັກຈະບໍ່ລ້າງເຄື່ອງສຳອາງອອກກ່ອນນອນ ແຕ່ຮູ້ບໍວ່າ ມັນຈະທຳລາຍຜິວໃນໄລຍະຍາວ ເພາະກາງຄືນເປັນເວລາທີ່ເຮົາຈະໄດ້ພັກຜ່ອນຜິວ
4. ດື່ມນໍ້າຫຼາຍໆກ່ອນນອນ: ອາດເຮັດໃຫ້ປວດເບົາຕະຫຼອດໝົດຄືນ ແລະຖ້າໃຜຄ້ານ ກໍຈະກັ້ນນໍ້າປັດສະວະໄວ້ຈົນຕື່ນນອນຄ່ອຍໄປ ມັນຈະອັນຕະລາຍກັບຮ່າງກາຍຂອງເຮົາໄດ້
5. ອ່ານໜັງສືກ່ອນນອນ: ອາດເຮັດໃຫ້ສະໝອງເຮັດວຽກໜັກກ່ອນນອນ ແລະນອນຫຼັບໄດ້ຍາກ
6. ຄວນກິນເຂົ້າແລງກ່ອນນອນ 2-3 ຊົ່ວໂມງ: ເພາະຫາກເຈົ້າກິນເຂົ້າແລງແລ້ວຮີບເຂົ້ານອນນັ້ນ ຈະເຮັດໃຫ້ກະເພາະເຮັດວຽກໜັກໃນເວລາທີ່ເຮົາຫຼັບ
7. ບໍ່ຄວນໃສ່ເສື້ອຊ້ອນນອນ: ສຳລັບໃຜທີ່ມັກນຸ່ງເສື້ອຊ້ອນນອນ ຄວນເຊົາເຮັດພຶດຕິກຳແບບນີ້ດ່ວນ ເພາະມີການວິໄຈພົບວ່າ ການໃສ່ເສື້ອຊ້ອນເກີນ 12 ຊົ່ວໂມງ ຈະມີຄວາມສ່ຽງເປັນມະເຮັງເຕົ້ານົມໄດ້